ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຂ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະມາຄົມ​ກະຈາຍສຽງ​ໂທລະພາບ ອາຊີ-ປາ​ຊີ​ຟິກ ຄັ້ງ​ທີ 60

     ຕາມ​ຂ່າວ​ຈາກ ວິທະຍຸ​ສາກົນ ຫວຽດນາມ, ວັນ​ທີ 31 ຕຸລາ, ຢູ່​ນະຄອນຫລວງ ເຊ​ອຸນ ຂອງ ສ ເກົາຫຼີ ໄດ້​ຈັດ ກອງ​ປະ
ຊຸມສະມັດຊາ​ໃຫຍ່ ສະ​ມາຄົມກະຈາຍສຽງ ໂທລະພາບ ອາຊີ-ປາ​ຊີ​ຟິກ ຄັ້ງ​ທີ 60, (ABU) ໂດຍ​ມີສະມາຊິກຫຼາຍ​ກວ່າ
250 ຄົນ ທີ່​ຕາງໜ້າ​ໃຫ້ 67 ປະເທດ ສະມາຊິກ​ເຂົ້າ​ຮ່ວມ ເພື່ອ​ຄົ້ນ​ຫາ​ຄຳ​ຖາມ​ທີ່​ສຳຄັນກ່ຽວ​ກັບ​ລັກສະນະ​ຍືນ​ຍົງໃນ​ຂະ
ແໜງກະຈາຍສຽງໂທລະພາບ ແລະ ກຳນົດ​ທິດອະນາຄົດຂອງ​ຂະແໜງ ຢູ່​ພາກ​ພື້ນ ອາຊີ-ປາ​ຊີ​ຟິກ.

     ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື, ແບ່ງປັນ​ຄວາມ​ຮູ້ ແລະ ຄວາມ​ມານະ​ພະຍາຍາມ​ຮ່ວມ​ມືເພື່ອ ສ້າງ​ທິດ​ທາງ​ຍືນ​ຍົງໃຫ້​ແກ່​
ຂະແໜງ​ກະຈາຍສຽງ​ໂທລະພາບ, ຄົ້ນ​ຫາ​ບັນດາ​ຍຸດ​ທະ​ສາດ​ປ່ຽນແປງ​ໃໝ່, ພິຈາລະນາ​ບັນດາທິດ​ ທາງທີ່​ດີ​ທີ່​ສຸດ ແລະ ຊຸກຍູ້
ການ​ພົວພັນ​ຄູ່​ຮ່ວມ​ມື ເພື່ອ​ຊຸກຍູ້ຄວາມ ສາມາດ​ຟື້ນ​ຟູ, ລັກສະນະ​ຫຼາຍ​ຮູບ​ຫຼາຍແບບ ແລະ ໜ້າທີ່​ຄວາມ​ຮັບຜິດຊອບໃນ​ການ
ເຄື່ອນໄຫວດ້ານ​ວິຊາ​ການ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/11/2023